ໂສມຜັກກາດ: ໃບປົວຕານເຕັນ, ຝີ, ຕຸ່ມເປື່ອຍ ແລະ ເປັນຜື່ນຄັນຕາມຜີວໜັງ ແມ່ນເກັບເອົາໃບສົດ 6–7 ໃບ ມາລ້າງໃຫ້ສະອາດນຳໄປຕາກແດດ. ນຳໄປຕຳໃຫ້ແຫຼກແລ້ວປັ້ນເອົານ້ຳທາຕາມບໍລິເວນທີ່ເປັນ ຫຼື ໂພະໃສ່ເລີຍກໍ່ໄດ້. ຮາກໂສມຜັກກາດໃຊ້ປົວໄຂ້ໂດຍການຫຼົກເອົາຮາກ 4–5 ຮາກມາລ້າງນ້ຳໃຫ້ສະອາດ, ຫົວມີສັບພະຄຸນເປັນຢາຮັກສາແຜອັກເສບ ແລະ ຮັກສາມົດລູກຂອງຜູ້ຍີງ. ຖ້ານຳມາບົດໃຫ້ເປັນຜົງຊົງກັບນ້ຳຊາໃຫ້ຜູ້ຍີງຫຼັງຄອດຈະຊ່ວຍຂັບປະຈຳເດືອນໄດ້ດ້ວຍ. ໂສມຜັກກາດສາມາດເກັບໄດ້ຕະຫຼອດປີ. ໂສມຜັກກາດ: ຈັດເປັນພືດລົ້ມລຸກເລືອໄປຕາມພື້ນດິນ, ລຳຕົ້ນຕັ້ງຊື່, ສູງປະມານ 10–30 ຊັງຕີແມັດ, ລຳຕົ້ນອວບນ້ຳ, ມີຫົວຢູ່ໃຕ້ດິນ, ຮາກເນື້ອນຸ່ມອ່ອນ, ເປືອກຮາກເປັນສີເຫຼືອງ, ຊຸ່ມນ້ຳ,…