ໝາກນາວຖືເປັນເຄື່ອງປຸງທີ່ມີປະໂຫຍດ ເພາະນໍາມາໃຊ້ໄດ້ຫລາກຫລາຍ ຊ່ວຍປຸງແຕ່ງໃຫ້ອາຫານມີລົດຊາດດີຂຶ້ນ ແລະ ເປືອກໝາກນາວຍັງສາມາດນໍາມາໃຊ້ປະໂຫຍດໄດ້ອີກຫລາຍຢ່າງ, ມື້ນີ້ພວກເຮົາເລີຍຢາມາແນະນໍາວິທີການເຮັດນໍ້າຢາປັບຜ້ານຸ້ມຈາກເປືອກໝາກນາວ, ເຊິ່ງມີສ່ວນປະກອບພຽງແຕ່ 2 ຢ່າງເຊັ່ນ: ເປືອກໝາກນາວ ແລະ ນໍ້າສົ້ມສາຍຊູ ວິທີເຮັດ: ເອົາເປືອກໝາກນາວທີ່ເຫລືອຈາກການເຮັດອາຫານ ມາໃສ່ໃນຂວດແກ້ວ ຫລື ກະປຸກ, ຈາກນັ້ນເທນໍ້າສົ້ມສາຍຊູໃສ່ຈົນຖ້ວມ, ແລ້ວອັດຝາ ປະໄວ້ 5-7 ມື້ ຈາກນັ້ນເອົາໄປຕອງແລ້ວນໍາໄປໃຊ້ໄດ້ເລີຍ ວິທີໃຊ້: ທຸກເທື່ອທີ່ຊັກເຄື່ອງ ແມ່ນໃຊ້ຕາມປະລິມານໍ້າຢາປັບຜ້ານຸ້ມຕາມປົກກະຕິ ສູດນີ້ເໝາະກັບຜູ້ທີ່ແພ້ນໍ້າຢາປັບຜ້ານຸ້ມໂດຍສະເພາະ ເພາະບໍ່ມີສ່ວນປະກອບຂອງສານນໍ້າຫອມ ແຕ່ຈະມີກ່ອນຫອມອ່ອນໆຂອງເປືອກໝາກນາວ ນອກຈາກນໍາມາໃຊ້ແທນນໍ້າຢາປັບຜ້ານຸ້ມແລ້ວ ຍັງສາມາດໃຊ້ເປັນນໍ້າຢາຖູພທ້ນໄດ້ອີກດ້ວຍ ໂດຍໃຊ້ນໍ້າຈາກເປືອກໝາກນາວໝັກ…
Tag: ຂ່າວ ສາລະໜ້າຮູ້
ເຕືອນ..!! 5 ອາການ ທີ່ຜູ້ຍິງບໍ່ຄວນເບິ່ງຂ້າມ ອາດເປັນສັນຍານເຕືອນຂອງໂລກຮ້າຍ
5 ອາການທີ່ຜູ້ຍິງບໍ່ຄວນເບິ່ງຂ້າມ ອາດເປັນສັນຍານເຕືອນຂອງໂລກຮ້າຍໄດ້ ເຄີຍສັງເກດກັນບໍ່ວ່າ ເມື່ອອາຍຸເພີ່ມຂຶ້ນ ຮ່າງກາຍກໍ່ເລີ່ມມີການປ່ຽນແປງຫຼາຍໆຢ່າງ. ນັ້ນຖືວ່າເປັນເລື່ອງທຳມະຊາດທີ່ເກີດຂຶ້ນກັບຮ່າງກາຍເຮົາ, ແຕ່ໃນເວລາດຽວກັນການແກ່ກ່ອນໄວກໍເປັນເລື່ອງທີ່ຜູ້ຍິງໜັກໃຈຫຼາຍເຕີບ ເພາະພາວະດັ່ງກ່າວເກີດຈາກການທີ່ຮ່າງກາຍເຮົາເລີ່ມເສື່ອມໂຊມກ່ອນໄວອັນຄວນ. ດັ່ງນັ້ນ, ເຮົາຈະຮູ້ໄດ້ແນວໃດວ່າຮ່າງການເຮົາກ້າວສູ່ອາການແກ່ກ່ອນໄວແລ້ວ. ເຮົາຄວນມີຂໍ້ສັງເກດຄື ມື້ນີ້ໝໍອຸເອງໄດ້ມີ 5 ອາການທີ່ຜູ້ຍິງບໍ່ຄວນເບິ່ງຂ້າມ ອາດເປັນສັນຍານເຕືອນຂອງໂລກຮ້າຍໄດ້ ມາຝາກທຸກຄົນ ເຊິ່ງຈະມີອາການຫຍັງແດ່ນັ້ນເຮົາໄປເບິ່ງນໍາກັນເລີຍ ສະນັ້ນ, ເມື່ອອ່ານຈົບແລ້ວຢ່າລືມແຊຣ໌ໃຫ້ຄົນທີ່ເຈົ້າຮັກນໍາເດີ້ ຢ່າລືມຮ່ວມແຊຣ໌ແບ່ງປັນໄປ ທີ່ມາ: ຫມໍອຸ Wealthy life
ຮູ້ແລ້ວປ່ຽນຖ້າຍັງຮັກໂຕເອງ..!! ກິນເຄັມ ສ່ຽງຄວາມດັນເລືອດສູງ, ພະຍາດໝາກໄຂ່ຫຼັງ – ຫົວໃຈ
ກິນເຄັມ ສ່ຽງຄວາມດັນເລືອດສູງ ພະຍາດຫມາກໄຂ່ຫຼັງ – ຫົວໃຈ ການບໍລິໂພກໂຊດຽມໃນປະລິມານຫຼາຍ ຈະເຮັດໃຫ້ມີການເພີ່ມຂຶ້ນຂອງປະລິມານນ້ໍາໃນຮ່າງກາຍ ເຮັດໃຫ້ມີຄວາມດັນເລືອດສູງຂຶ້ນ ສົ່ງຜົນໃຫ້ຫມາກໄຂ່ຫຼັງ ແລະ ຫົວໃຈເຮັດວຽກຫນັກ ແລະ ອາດຈະສົ່ງຜົນໃນໄລຍະຍາວ ເຮັດໃຫ້ເກີດພະຍາດຫົວໃຈ ພະຍາດຫຼອດເລືອດສະຫມອງ ແລະ ພະຍາດ ຫມາກໄຂ່ຫຼັງແຊກຊ້ອນຕາມມາ ພ້ອມແນະນໍາວິທີຫຼຸດປະລິມານໂຊດຽມໃນຊີວິດປະຈໍາວັນ ເພື່ອບໍ່ໃຫ້ຫົວໃຈ ແລະ ຫມາກໄຂ່ຫຼັງເຮັດວຽກຫນັກ. ໂຊດຽມ ເປັນສ່ວນປະກອບຂອງເກືອ ເຊິ່ງເກືອ 1 ກຣາມ ຈະມີໂຊດຽມປະມານ 400 ມິນລິກຣາມ ໂດຍຮ່າງກາຍມີຄວາມຕ້ອງການໂຊດຽມ ປະມານ…