Skip to content

IT Yark Bork

Make Your Life Easy By Teach

Menu
  • ຂ່າວ ພາຍໃນ
    • ຂ່າວ ເສດຖະກິດ
  • ຂ່າວ ບັນເທິງ
  • ຂ່າວ ໄອທີ
  • ຂ່າວ ກິລາ
  • ຂ່າວ ສຸຂະພາບ
  • Latest
  • FEATURED
  • TOP STORIES
Menu

ຢ່າຟ້າວຖິ້ມ..!! ເປືອກໝາກນາວ ເອົາມາເຮັດນໍ້າຢາປັບຜ້ານຸ້ມໄດ້ ລອງແມະ

Posted on October 4, 2022 by TH

ໝາກນາວຖືເປັນເຄື່ອງປຸງທີ່ມີປະໂຫຍດ ເພາະນໍາມາໃຊ້ໄດ້ຫລາກຫລາຍ ຊ່ວຍປຸງແຕ່ງໃຫ້ອາຫານມີລົດຊາດດີຂຶ້ນ ແລະ ເປືອກໝາກນາວຍັງສາມາດນໍາມາໃຊ້ປະໂຫຍດໄດ້ອີກຫລາຍຢ່າງ, ມື້ນີ້ພວກເຮົາເລີຍຢາມາແນະນໍາວິທີການເຮັດນໍ້າຢາປັບຜ້ານຸ້ມຈາກເປືອກໝາກນາວ, ເຊິ່ງມີສ່ວນປະກອບພຽງແຕ່ 2 ຢ່າງເຊັ່ນ: ເປືອກໝາກນາວ ແລະ ນໍ້າສົ້ມສາຍຊູ

ວິທີເຮັດ: ເອົາເປືອກໝາກນາວທີ່ເຫລືອຈາກການເຮັດອາຫານ ມາໃສ່ໃນຂວດແກ້ວ ຫລື ກະປຸກ, ຈາກນັ້ນເທນໍ້າສົ້ມສາຍຊູໃສ່ຈົນຖ້ວມ, ແລ້ວອັດຝາ ປະໄວ້ 5-7 ມື້ ຈາກນັ້ນເອົາໄປຕອງແລ້ວນໍາໄປໃຊ້ໄດ້ເລີຍ

ວິທີໃຊ້: ທຸກເທື່ອທີ່ຊັກເຄື່ອງ ແມ່ນໃຊ້ຕາມປະລິມານໍ້າຢາປັບຜ້ານຸ້ມຕາມປົກກະຕິ

ສູດນີ້ເໝາະກັບຜູ້ທີ່ແພ້ນໍ້າຢາປັບຜ້ານຸ້ມໂດຍສະເພາະ ເພາະບໍ່ມີສ່ວນປະກອບຂອງສານນໍ້າຫອມ ແຕ່ຈະມີກ່ອນຫອມອ່ອນໆຂອງເປືອກໝາກນາວ

ນອກຈາກນໍາມາໃຊ້ແທນນໍ້າຢາປັບຜ້ານຸ້ມແລ້ວ ຍັງສາມາດໃຊ້ເປັນນໍ້າຢາຖູພທ້ນໄດ້ອີກດ້ວຍ ໂດຍໃຊ້ນໍ້າຈາກເປືອກໝາກນາວໝັກ 1 ສ່ວນ, ນໍ້າລ້າ 10 ສ່ວນ

ຂໍ້ຄວນລະວັງ: ຄວນເກັບມ້ຽນນໍ້າຢາປັບຜ້ານຸ້ມໄວ້ໃນຕູ້ເຢັນ ຈະສາມາດຢູ່ໄດ້ດົນປະມານ 30-40 ມື້.
ນໍ້າຢາປັບຜ້ານຸ້ມ, ໝາກນາວ, ນໍ້າສົ້ມສາຍຊູ, ສາລະໜ້າຮູ້ລາວພັດທະນາ

ທີ່ມາ: ສາລະຫນ້າຮູ້ ລາວພັດທະນາ

Leave a Reply Cancel reply

Your email address will not be published. Required fields are marked *

About Us


We love WordPress and we are here to provide you with professional looking WordPress themes so that you can take your website one step ahead. We focus on simplicity, elegant design and clean code.

About Us


We love WordPress and we are here to provide you with professional looking WordPress themes so that you can take your website one step ahead. We focus on simplicity, elegant design and clean code.
©2023 IT Yark Bork | Design: Newspaperly WordPress Theme