Skip to content

IT Yark Bork

Make Your Life Easy By Teach

Menu
  • ຂ່າວ ພາຍໃນ
    • ຂ່າວ ເສດຖະກິດ
  • ຂ່າວ ບັນເທິງ
  • ຂ່າວ ໄອທີ
  • ຂ່າວ ກິລາ
  • ຂ່າວ ສຸຂະພາບ
  • Latest
  • FEATURED
  • TOP STORIES
Menu

ກົມລົດຕັງ-ຍານເກາະ ລະນຶກຫວນຄືນມູນເຊື້ອວັນສ້າງຕັ້ງເຫຼົ່າຮົບລົດຕັງ-ຍານເກາະ ຄົບຮອບ 61 ປີ

Posted on October 1, 2022 by Admin

ໃນວັນທີ 30 ກັນຍາ 2022 ນີ້, ກົມລົດຕັງ-ຍານເກາະ ກົມໃຫຍ່ເສນາທິການກອງທັບ ລະນຶກຫວນຄືນມູນເຊື້ອ ວັນສ້າງຕັ້ງເຫຼົ່າຮົບລົດຕັງ-ຍານເກາະ ຄົບຮອບ 61 ປີ ( 1 ຕຸລາ 1961-1 ຕຸລາ 2022 ) ຂຶ້ນ ຢູ່ທີ່ກອງພັນໃຫຍ່ 661 ໃນພິທີທີ່ມີຄວາມໝາຍຄວາມສໍາຄັນນີ້ ໂດຍການເຂົ້າຮ່ວມຂອງສະຫາຍ ພົນຈັດຕະວາ ບົວວັນ ບຸດທະຈັນໂທ ຫົວໜ້າກົມລົດຕັງ-ຍານເກາະ ກົມໃຫຍ່ເສນາທິການກອງທັບ, ມີຄະນະພັກ-ຄະນະບັນຊາກົມ, ກອງພັນໃຫຍ່ 661, ກອງພັນ, ພ້ອມດ້ວຍບັນດາສະຫາຍ ພະນັກງານອາວຸດໂສ-ບໍານານຂອງເຫຼົ່າຮົບລົດຕັງ-ຍານເກາະ, ຕະຫຼອດຮອດພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

ໂອກາດນີ້ ສະຫາຍ ພົນຈັດຕະວາ ບົວວັນ ບຸດທະຈັນໂທ ໄດ້ຫວນຄືນມູນເຊື້ອອັນສະຫງ່າອົງອາດຂອງເຫຼົ່າຮົບລົດຕັງ-ຍານເກາະ ແມ່ນໜຶ່ງໃນກຳລັງປະກອບອາວຸດຂອງກອງທັບປະຊາຊົນລາວ ໃຕ້ການຊີ້ນຳ-ນຳພາໂດຍກົງຮອບດ້ານຂອງພັກປະຊາຊົນປະຕິວັດລາວ, ເປັນພາຫານະອັນແຫຼມຄົມຂອງພັກໃນການດຳເນີນພາລະກິດຕໍ່ສູ້ປະຕິວັດປົດປ່ອຍຊາດກໍ່ຄືພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ, ຍ້ອນຄວາມຮຽກຮ້ອງຕ້ອງການຂອງປະເທດຊາດ ແລະ ຂະບວນການຕໍ່ສູ້ ຂອງປະຊາຊົນບັນດາເຜົ່າຕ້ານການຮຸກຮານຂອງຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່, ໂດຍໃຕ້ການນຳພາອັນປີຊາສາມາດ ແລະ ສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ, ກ່ອນໜ້ານີ້ຄື ໃນວັນ ທີ 1 ຕຸລາ ປີ 1961 ເຫຼົ່າຮົບລົດຕັງ-ຍານເກາະ ກອງທັບປະຊາຊົນລາວ ໄດ້ຮັບການສ້າງຕັ້ງຂື້ນຢ່າງເປັນທາງການຢູ່ທີ່ເຂດຄັງໄຂ ທົ່ງໄຫຫີນ ແຂວງຊຽງຂວາງວິລະຊົນ, ກອງຮ້ອຍ 161 ເຊິ່ງເປັນກົມກອງທໍາອິດ ຂອງເຫຼົ່າຮົບລົດຕັງ-ຍານເກາະ ໄດ້ເຮັດໜ້າທີ່ຕາມການມອບໝາຍຂອງພັກຢ່າງສົມກຽດ ເຖິງວ່າກຳລັງຍັງອ່ອນນ້ອຍ, ແຕ່ຍ້ອນນໍ້າໃຈຮັກຊາດອັນສູງສົ່ງຂອງນັກຮົບປະຕິວັດ, ພະນັກງານ-ນັກຮົບເຫຼົ່າຮົບລົດຕັງ-ຍານເກາະ ໄດ້ອອກແຮງແຂ່ງຂັນເປັນເຈົ້າການເຄື່ອນໄຫວຕີສັດຕູຢູ່ທຸກສະໜາມຮົບຢ່າງພິລະອາດຫານ,

ທັງສູ້ຮົບທັງກໍ່ສ້າງກຳລັງໄປພ້ອມໆກັນ, ຍິ່ງສູ້ຮົບຫຼາຍທໍ່ໃດກຳລັງກໍ່ຍິ່ງເຕີບໃຫຍ່ເຂັ້ມແຂງຢ່າງບໍ່ຢຸດຢັ້ງ, ຈາກພຶດຕິກໍາທາງການເຄື່ອນໄຫວສູ້ຮົບເຊິ່ງໃນເບື້ອງຕົ້ນກໍາລັງຂອງພວກເຮົາມີບໍ່ເທົ່າໃດຄົນ ການປະກອບພາຫະນະບໍ່ຫຼວງຫຼາຍ ແຕ່ພາຍໃຕ້ການນຳພາຂອງພັກ ເຫຼົ່າຮົບລົດຕັງ-ຍານເກາະ ພວກເຮົາໄດ້ຮັບການກໍ່ສ້າງແລະ ປັບປຸງໃຫ້ເຕີບໃຫຍ່ຂະຫຍາຍຕົວທັງດ້ານປະລິມານ ແລະ ຄຸນນະພາບຢ່າງບໍ່ຢຸດຢັ້ງ, ມີຄວາມອົງອາດກ້າຫານບໍ່ຫວັ່ນໄຫວຄອນແຄນຕໍ່ຄວາມລໍາບາກທຸລະກັນດານໃດໆ. ຍິ່ງສູ້ຮົບຫຼາຍເທົ່າໃດກໍ່ຍິ່ງເຕີບໃຫ່ຍເຂັ້ມແຂງ ແລະ ສາມາດຕີເອົາຊະນະສັດຕູໄດ້ຮັບໄຊຊະນະເປັນກ້າວໆ. ເຊິ່ງຜ່ານໄລຍະການຕໍ່ຜູ້ຊາດຕ້ານຈັກກະພັດຜູ້ຮຸກຮານອັນຍືດເຍື້ອຍາວນານຜ່ານມາໄດ້ເຮັດໃຫ້ນັກຮົບລົດຕັງ-ຍານເກາະພວກເຮົາ ມີຫຼາຍສະຫາຍ ໄດ້ຮັບນາມມະຍົດເປັນວິລະຊົນແຫ່ງຊາດ, ເປັນນັກຮົບແຂ່ງຂັນທີ່ດີເດັ່ນ ໃນການຈັດຕັ້ງລະນຶກຫວນຄືນມູນເຊື້ອຂອງເຫຼົ່າຮົບຂຶ້ນ ເພື່ອແນ່ໃສ່ປູກລະດົມ ພະນັກງານ-ນັກຮົບ ເຊື່ອມຊຶມຢ່າງເລິກເຊິ່ງ ທາດແທ້ມູນເຊື້ອອັນສະຫງ່າງາມ ຂອງກອງທັບ ໂດຍສະເພາະມູນເຊື້ອຂອງເຫຼົ່າຮົບລົດຕັ້ງ-ຍານເກາະ ກອງທັບປະຊາຊົນລາວ ຕະຫຼອດໄລຍະ 61 ປີຜ່ານມາ.

ໂອກາດດຽວກັນນີ້, ຍັງໄດ້ປະດັບຫຼຽນໄຊພິລະອາດຫານຊັ້ນ III ໃຫ້ ທ່ານ ນາງ ພິຈິກາ ປະດາວົງ ບໍລິສັດມາສະເຕີເທຣດລາວ ຈໍາກັດຜູ້ດຽວ ທີ່ໄດ້ອຸປະຖໍາການ ກໍ່ສ້າງເດີ່ນກິລາກອງພັນໃຫຍ່ 661 ແລະ ຂະບວນການຂໍ່ານັບຮັບຕ້ອນວັນສ້າງຕັ້ງເຫຼົ່າຮົບລົດຕັງ-ຍານເກາະ ຄົບຮອບ 61 ປີ ແລະ ວັນສ້າງຕັ້ງກອງພັນໃຫຍ່ 661 ຄົບຮອບ 6 ປີ (ມູນຄ່າ 90 ລ້ານກີບ) ແລະ ໄດ້ມອບໃບກຽດຕິຄຸນຂອງກອງພັນໃຫຍ່ 661 ໃຫ້ ຄອບຄົວທ່ານ ດອນ ຊຸກຍູ້ຂະບວນການ 4 ລ້ານກວ່າກີບ ແລະ ຄອບຄົວ ທ່ານ ຜາຫວັງ ອຸປະຖໍາເຄື່ອງກິລາ 3 ລ້ານກີບ.

ຂ່າວ-ພາບ: ອາຫວຸ້ນ

Leave a Reply Cancel reply

Your email address will not be published. Required fields are marked *

About Us


We love WordPress and we are here to provide you with professional looking WordPress themes so that you can take your website one step ahead. We focus on simplicity, elegant design and clean code.

About Us


We love WordPress and we are here to provide you with professional looking WordPress themes so that you can take your website one step ahead. We focus on simplicity, elegant design and clean code.
©2023 IT Yark Bork | Design: Newspaperly WordPress Theme