ໃນວັນທີ 29 ກັນຍາ 2022: ອີງຕາມການລາຍງານສະພາບຜົນກະທົບຈາກໄພພິບັດທາງທຳມະຊາດຂອງຄະນະກຳມະການຄຸ້ມຄອງໄພພິບັດ ຂັ້ນແຂວງ ວັນທີ 27-29 ກັນຍາ 2022 ໃນທົ່ວແຂວງເຊກອງ ເປັນແຂວງໜຶ່ງທີ ່ໄດ້ຮັບຜົນກະທົບຈາກໄພພິບັດທາງທຳມະຊາດ ເນື່ອງຈາກໄດ້ມີລົມພາຍຸເຂດຮ້ອນ ໂນຣຸ (Noru) ຫົວທີ 16 ເຂົ້າພັດຜ່ານແຂວງເຊກອງ ແລະ ໄດ້ສົ່ງຜົນກະທົບ ໂດຍກົງຕໍ່ປະຊາຊົນພາຍໃນແຂວງ ເປັນຕົ້ນແມ່ນນໍ້າຖ້ວມຂັງ, ນ້ຳປ່າໄຫຼຊຸ, ດິນເຊາະເຈື່ອນຖົມເສັ້ນທາງ, ໄດ້ຮັບຜົນກະທົບນໍ້າຖ້ວມພື້ນທີ່ຢູ່ອາໃສ, ເຮືອນ, ວັດຖຸສິ່ງຂອງອື່ນໆ, ເນື້ອທີ່ທຳການຜະລິດ, ສັດລ້ຽງຂອງ ພໍ່ແມ່ປະຊາຊົນ, ໂຮງຮຽນ, ລະບົບຊົນລະປະທານ. ລະບົບນ້ຳລິນ ແລະ ເຮັດໃຫ້ພໍ່ແມ່ປະຊາຊົນມີຄວາມຫ້ຍຸ້ງຍາກໃນການດຳລົງຊີວິດປະຈຳວັນ.
ບັນດາເມືອງທີ່ໄດ້ຮັບຜົນກະທົບຫຼາຍ ຄື: ເມືອງກະລຶມ ແລະ ເມືອງດາກຈຶງ ເນື່ອງຈາກມີຊາຍເເດນຕິດກັບ ສສ ຫວຽດນາມ, ເຊິ່ງເປັນເຂດທີ່ມີລົມພາ ຍຸພັດຜ່ານ ແລະ ສົ່ງຜົນກະທົບຕໍ່ປະຊາຊົນໂດຍກົງລວມມີ 28 ບ້ານ. ໃນນີ້, ມີຜູ້ສູນຫາຍ 1 ຄົນຢູ່ເມືອງດາກຈຶງ, ເສັ້ນທາງໄດ້ຮັບຄວາມເປ່ເພ 20 ເສັ້ນ, ລະບົບນໍ້າລິນ 1 ແຫ່ງ ແລະ ລະບົບ ໄຟຟ້າ 1 ຈຸດ; ພ້ອມດຽວກັນນັ້ນ, ລະດັບນໍ້າເຊກອງ ວັດແທກໄດ້ 14,26 ແມັດ ເວລາ 19:00 ໂມງຂອງວັນທີ 28 ກັນ ຍາ ແລະ ສາຂາຂອງແມ່ນ້ຳເຊກອງ ເກີດມີນໍ້າຖ້ວມຂັງ ແລະ ມີນໍ້າປ່າໄຫຼຊຸແຮງ.
ສຳລັບວັນທີ 29 ກັນຍາ, ລະດັບນ້ຳເຊກອງ ໄດ້ຫຼຸດລະດັບລົງ ວັດແທກໄດ້ 7,21 ແມັດ ເວລາ 9:00 ໂມງ ແລະ ສາຂາຂອງແມ່ນ້ຳເຊກອງ ກໍຫຼຸດລົງເຊັ່ນດຽວກັນ.
ເມືອງທີ່ໄດ້ຮັບຜົນກະທົບຈາກໄພພິບັດຄັ້ງນີ້ ມີ 4 ເມືອງ ຄື: ເມືອງລະມາມ, ເມືອງທ່າແຕງ, ເມືອງກະລຶມ ແລະ ເມືອງດາກຈຶງ. ສຳລັບມາດຕະການແກ້ໄຂ ແລະ ໃຫ້ການຊ່ວຍເຫຼືອສຸກເສີນໃນເບື້ອງຕົ້ນ, ທາງການຂັ້ນແຂວງ
ໄດ້ອອກແຈ້ງການຂໍ້ມູນຂ່າວສານເຕືອນໄພລ່ວງໜ້າ ໃຫ້ປະຊາຊົນຮັບຮູ້ເພື່ອກຽມຄວາມພ້ອມຮັບມືກັບເຫດການຕ່າງໆໃຫ້ທັນກັບສະພາບການ, ລົງກູ້ໄພຊ່ວຍເຫຼືອສຸກເສີນ ປະຊາຊົນທີ່ປະສົບເຄາະຮ້າຍຈາກລົມພະຍຸ ແລະ ນ້ຳປາໄຫຼຫຊຸ, ໂດຍນໍາໃຊ້ເຮືອກູ້ໄພ ຊ່ວຍເຫຼືອຍົກຍ້າຍບຸກຄົນທີ່ຖືກນໍ້າຖ້ວມ ໄປຢູ່ບ່ອນປອດໄພ; ໄດ້ແຕ່ງຕັ້ງຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ ປະຈຳການຕະຫຼອດ 24 ຊົ່ວໂມງ, ຕິດຕາມ ແລະ ເຝົ້າລະວັງ ພະຍຸໂນຣຸ ເພື່ອກຽມພ້ອມຮັບມື.
ນອກນັ້ນ, ຍັງໄດ້ຮັບງົບປະມານການຊ່ວຍເຫຼືອຈາກຂັ້ນແຂວງ ເປັນເງິນສົດຈຳນວນ 40 ລ້ານກີບ ເພື່ອນໍາໃຊ້ເຂົ້າໃນວຽກງານຄຸ້ມຄອງໄພພິບັດ ແລະ ໃຫ້ການຊ່ວຍເຫຼືອຜູ້ທີ່ປະສົບໄພພິບັດໃນເບື້ອງຕົ້ນ.
ຂ່າວ:ພຸດທະສອນ