Skip to content

IT Yark Bork

Make Your Life Easy By Teach

Menu
  • ຂ່າວ ພາຍໃນ
    • ຂ່າວ ເສດຖະກິດ
  • ຂ່າວ ບັນເທິງ
  • ຂ່າວ ໄອທີ
  • ຂ່າວ ກິລາ
  • ຂ່າວ ສຸຂະພາບ
  • Latest
  • FEATURED
  • TOP STORIES
Menu

ຊົມເຊີຍ..!! ປກສ ແຂວງບໍ່ແກ້ວ ມ້າງຄະດີລາຍໃຫຍ່ ຢາບ້າ 33.500.000 ເມັດ ແລະ ຢາໄອສ໌ 500 ກິໂລ

Posted on September 28, 2022 by TH

ວັນທີ 23 ກັນຍາ 2022 ນີ້, ເຈົ້າໜ້າທີ່ ປກສ ແຂວງບໍ່ແກ້ວ ມ້າງຄະດີຢາເສບຕິດລາຍໃຫຍ່ໄດ້ ແລະ ສາມາດຈັບຜູ້ຖືກຫາ ໄດ້ 3 ຄົນ ລວມມີຂອງກາງ ຢາບ້າ 33.500.000 ເມັດ,ຢາໄອສ໌ 500 ກິໂລກຼາມ, ເຄຕາມິນ 1 ກິໂລກຼາມ ແລະ ເຄື່ອງຂອງກາງອີກຈຳນວນໜຶ່ງ ໄປດຳເນີນຄະດີ.
ເຈົ້າໜ້າທີ່ ປກສ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ໃນເບື້ອງຕົ້ນ ເຈົ້າໜ້າທີ່ສາມາດຈັບ ທ້າວ ສົມຫວັງວາ ອາຍຸ 34 ປີ ແລະ ນາງ ເຢັງຢາງ ອາຍຸ 18 ປີ(ຜົວ- ເມຍ) ທັງສອງ ຢູ່ບ້ານຮົ່ມເຢັນ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ, ໃນເວລາທີ່ຈັບເປົ້າໝາຍ ກໍໄດ້ ກວດຄົ້ນລົດກະບະຣີໂວ້ ສີຂາວ ບໍ່ຕິດປ້າຍທະ ບຽນ ພົບຂອງກາງ ຢາບ້າ 300.000 ເມັດ ຊຸກເຊື່ອງຢູ່ໃນທ້າຍລົດກະບະຣີໂວ້ ຂອງພວກກ່ຽວ.

ຜ່ານການສອບສວນ ທ້າວສົມຫວັງວາ ໄດ້ໃຫ້ການຊັດທອດ ຫາຜູ້ທີ່ຮ່ວມຂະບວນການຄ້າຂາຍຢາເສບຕິດຮ່ວມກັນອີກ 2 ຄົນ ຊື່ ທ້າວ ດວງແກ້ວ ແລະທ້າວ ອາລຸນ ທັງສອງຢູ່ບ້ານສີບຸນເຮືອງ ເມືອງຕົ້ນເຜິ້ງ. ຈາກນັ້ນ,ເຈົ້າໜ້າທີ່ ໄດ້ສົມທົບກັບພາກ ສ່ວນທີ່ກ່ຽວຂ້ອງ ເຂົ້າກວດຄົ້ນເຄຫະສະຖານຂອງພວກກ່ຽວ.

ການກວດຄົ້ນເຄຫະສະຖານຂອງທ້າວ ອາລຸນ ພົບເຫັນຢາບ້າ ຈຳນວນ 200.000 ເມັດ, ເຄຕາມິນ 1 ຖົງ ນໍ້າໜັກ 1 ກິໂລກຼາມ ແລະ ເຄື່ອງຂອງກາງມີຍານພາຫະນະ ຈຳນວນໜຶ່ງ ຈຶ່ງຢຶດໄວ້ເປັນຫຼັກຖານ, ສ່ວນຜູ້ກ່ຽວ ໄດ້ຫຼົບໜີ ກ່ອນເຈົ້າ ໜ້າທີ່ເຂົ້າກວດຄົ້ນ.
ຈາກນັ້ນ,ເຈົ້າໜ້າທີ່ ກໍໄດ້ເຂົ້າກວດຄົ້ນເຄຫະສະຖານຂອງທ້າວ ດວງແກ້ວ ພົບເຫັນຢາບ້າ ຈຳ ນວນ 33.000.000 ເມັດ ແລະ ຢາໄອສ໌ 500 ກິໂລກຼາມ ຊຸກເຊື່ອງຢູ່ໃນສາງມ້ຽນເຄື່ອງຂອງຜູ້ກ່ຽວ ຈຶ່ງໄດ້ກັກຕົວເປົ້າໝາຍອີກຄົນ ເປັນເມຍ ເຈົ້າຂອງເຮືອນ ຊື່ ນາງ ບ້ຳ ອາຍຸ 41 ປີ. ສ່ວນຜູ້ເປັນຜົວ ທີ່ເປັນເປົ້າໝາຍຖທກຊັດທອດ ໄດ້ໄຫວຕົວທັນແລ້ວຫຼົບໜີ ກ່ອນເຈົ້າໜ້າທີ່ເຂົ້າກວດຄົ້ນ.
ປັດຈຸບັນ.ເຈົ້າໜ້າທີ່ ປກສ ແຂວງບໍ່ແກ້ວ ພວກສືບຕໍ່ໄລ່ຊອກໄລ່ຈັບຜູ້ທີ່ຖືກຊັດທອດ ມາດຳເນີນຄະດີຕາມກົດໝາຍ.

ທີ່ມາຂ່າວ: ປກສ ແຂວງບໍ່ແກ້ວ.

Leave a Reply Cancel reply

Your email address will not be published. Required fields are marked *

About Us


We love WordPress and we are here to provide you with professional looking WordPress themes so that you can take your website one step ahead. We focus on simplicity, elegant design and clean code.

About Us


We love WordPress and we are here to provide you with professional looking WordPress themes so that you can take your website one step ahead. We focus on simplicity, elegant design and clean code.
©2023 IT Yark Bork | Design: Newspaperly WordPress Theme