Skip to content

IT Yark Bork

Make Your Life Easy By Teach

Menu
  • ຂ່າວ ພາຍໃນ
    • ຂ່າວ ເສດຖະກິດ
  • ຂ່າວ ບັນເທິງ
  • ຂ່າວ ໄອທີ
  • ຂ່າວ ກິລາ
  • ຂ່າວ ສຸຂະພາບ
  • Latest
  • FEATURED
  • TOP STORIES
Menu

ແຈ້ງດ່ວນ! ກຽມປ່ອຍນ້ຳເຂື່ອນໄຟຟ້າເຊລະນອງ​ 1 ປ່ອຍ 500​ m3/s ຫາ 8500 m3/s ເລີ່ມ​ 28​ ກັນຍານີ້

Posted on September 28, 2022 by ItDEV

ກົມນະໂຍບາຍ ແລະ ແຜນພະລັງງານ, ກະຊວງພະລັງງານ ແລະ ບໍ່ແຮ່ (ພບ)ແຈ້ງວ່າ:
ວັນທີ 28/09/2022 ທາງເຂື່ອນ ໄຟຟ້າເຊລະນອງ1 ມີແຜນຈະເປີດປະຕູນໍ້ານອງ ເພື່ອລະບາຍນໍ້າ ອອກຈາກອ່າງເກັບນໍ້າຂອງເຂື່ອນ.​

ເນື່ອງຈາກປັດຈຸບັນລະດັບນໍ້າຂອງເຂື່ອນ ແມ່ນຢູ່ໃນລະດັບໃກ້ກັບລະດັບສູງສຸດ ໂດຍຈະປ່ອຍນໍ້າອອກຕາມປະລິມານນໍ້າໄຫຼເຂົ້າອ່າງ ເລີ່ມແຕ່ວັນທີ 28/09-15/10/2022 ເຂື່ອນໄຟຟ້າເຊລະນອງ1 ປ່ອຍ 500 m3/s ຫາ 8500 m3/s ລວມທັງຜ່ານກົງຫັນຜະລິດໄຟຟ້າ, ພ້ອມນີ້ໃນໄລຍະດັ່ງກ່າວກໍມີພາຍຸພັດຜ່ານອີກດ້ວຍ.

 

ຊື່ງຈະເຮັດລະດັບນໍ້າຢູ່ຕອນລຸ່ມຂອງ ເຂື່ອນສູງຂຶ້ນຢ່າງກະທັນຫັນການປ່ອຍແມ່ນຈະປ່ອຍເລີ່ມຈາກ 159.77 m3/s ຈະປ່ຽນແປງຕາມສະພາບຕົວຈິງ.

ດັ່ງນັ້ນ, ເພື່ອເປັນການຮັບມືຈາກຜົນກະທົບທີ່ອາດຈະເກີດຂຶ້ນໃນເຂດພື້ນທີ່ຕອນລຸ່ມເຂື່ອນ ແລະ ຕາມສາຍນ້ຳເຊລະນອງ1 ເຊບັ້ງຫຽງ ທາງກົມນະໂຍບາຍ ແລະ ແຜນພະລັງງານ, ກະຊວງພະລັງງານ ແລະ ບໍ່ແຮ່ ຈຶ່ງຂໍແຈ້ງມາຍັງທ່ານຊາບ ເພື່ອກະກຽມຮັບມື.

 

 

 

 

Leave a Reply Cancel reply

Your email address will not be published. Required fields are marked *

About Us


We love WordPress and we are here to provide you with professional looking WordPress themes so that you can take your website one step ahead. We focus on simplicity, elegant design and clean code.

About Us


We love WordPress and we are here to provide you with professional looking WordPress themes so that you can take your website one step ahead. We focus on simplicity, elegant design and clean code.
©2023 IT Yark Bork | Design: Newspaperly WordPress Theme