Skip to content

IT Yark Bork

Make Your Life Easy By Teach

Menu
  • ຂ່າວ ພາຍໃນ
    • ຂ່າວ ເສດຖະກິດ
  • ຂ່າວ ບັນເທິງ
  • ຂ່າວ ໄອທີ
  • ຂ່າວ ກິລາ
  • ຂ່າວ ສຸຂະພາບ
  • Latest
  • FEATURED
  • TOP STORIES
Menu

ຢ່າຫາເຮັດອີກ..!! ຈັບຜູ້ແອບອ້າງແລ່ນຄົນເຂົ້າ ທະຫານ-ຕຳຫຼວດ ໄດ້ 3 ຄົນ

Posted on September 27, 2022 by TH

ເຈົ້າໜ້າທີ່ ປກສ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ສາມາດກັກຕົວຜູ້ແອບອ້າງແລ່ນຄົນເຂົ້າ ທະຫານ-ຕໍາຫຼວດ ໄດ້ຜູ້ຖືກຫາ 3 ຄົນມາດໍາເນີນຄະດີຕາມລະບຽບກົດໝາຍ.

ໃນວັນທີ 27 ກັນຍາ 2022 ເຈົ້າຫນ້າທີ່ ປກສ ເມືອງຈັນທະບູລິໃຫ້ຂໍ້ມູນວ່າ: ມີຜູ້ຖືກເສຍຫາຍເຂົ້າມແຈ້ງຄວາມຕໍ່ເຈົ້າຫນ້າທີ່ ຈາກນັ້ນ ຈິ່ງແຕ່ງຕັ້ງວິຊາສະເພາະ ກໍລົງເກັບກຳຂໍ້ມູນ ຕົກມາຮອດວັນທີ 14 ກໍລະກົດ 2022 ເຂົ້າກັກຕົວພວກຖືກຫາ 3 ຄົນ ຊື່ ທ້າວ ແຕ ອາຍຸ 46 ປີ ບ້ານໂພນສະຫວ່າງ ເມືອງສີສັດຕະນາກ, ທ້າວ ຈິດສະຫວາດ ອາຍຸ 36 ປີ ຢູ່ບ້ານໄຜ່ລ້ອມ ເມືອງໄຊທານີ ແລະ ທ້າວ ສອນນະພາ ອາຍຸ 36 ປີ ຈອມມະນີ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ທີ່ເປັນຜູ້ປອມແປງເອກະສານຂໍ້ຕົກລົງແລ່ນຄົນເຂົ້າທະຫານ ແລະ ຕໍາຫຼວດ.

ຜ່ານການສອບສວນຂອງເຈົ້າໜ້າທີ່ ພວກຖືກຫາ
ສາລະພາບວ່າ: ໃນວັນທີ 26 ມິຖຸນາ 2022 ແມ່ນເຄື່ອນ
ໄຫວຊອກຫາຄົນທີ່ຢາກເຂົ້າເຮັດວຽກເປັນກຳລັງທະຫານ, ຕຳຫຼວດໂດຍອ້າງວ່າສາມາດແລ່ນໃຫ້ໄດ້ແຕ່ຕ້ອງມີ
ຄ່າແລ່ນເອກະສານ ຄົນລະ 280.000 ບາດ ຈາກນັ້ນ ທ້າວ ແຕ ແມ່ນໄດ້ຕິດຕໍ່ຄົນມາໄດ້ 2 ຄົນ ແລະ ຮຽກຮ້ອງໃຫ້ຈ່າຍລ່ວງໜ້າກ່ອນ ຈໍານວນ 15.000.000 ກີບ ຕໍ່ຄົນ ແລະ ກໍໄດ້ໂອນເງິນໃຫ້ ທ້າວ ຈິດສະຫວາດ ທັງໝົດ ຈໍານວນ 30.000.000 ກີບ.

ຕົກມາຮອດວັນທີ 12 ກໍລະກົດ 2022 ທ້າວ ຈິດສະຫວາດ ໄດ້ແຈ້ງມາວ່າ: ຂໍ້ຕົກລົງຮັບເຂົ້າກຳລັງອອກແລ້ວ ຈາກນັ້ນກໍໄດ້ສົ່ງຂໍ້ຕົກລົງເຂົ້າກໍາລັງໃຫ້ ທ້າວ ແຕ ທາງວອດແອັບ ທັງສອງແມ່ນຮູ້ແລ້ວວ່າເປັນເອກະສານປອມ ທີ່ທ້າວ ສອນນະພາ ສ້າງຂຶ້ນມາໂດຍພິມລາຍຊື່ປອມແບບບໍ່ມີຕົວຕົນໃສ່ຂໍ້ຕົກລົງ ມີທັງໝົດ 137 ຄົນ, ໃນນັ້ນແມ່ນມີລາຍຊື່ແທ້ຂອງຜູ້ຖືກເສຍຫາຍ 2 ຄົນທີ່ຈ່າຍເງິນມັດຈຳລ່ວງ
ໜ້າ, ເພື່ອນຳໄປຮຽກຮ້ອງເອົາເງິນສ່ວນທີ່ເຫຼືອນຳຜູ້ຖືກເສຍຫາຍ.

ພາຍຫລັງຜູ້ຖືກເສຍຫາຍກວດກາເບີ່ງຈິ່ງຮູ້ວ່າ ເອກກະສານຖືກປອມແປງຂຶ້ນມາ ຈິ່ງແຈ້ງຈັບ.

Leave a Reply Cancel reply

Your email address will not be published. Required fields are marked *

About Us


We love WordPress and we are here to provide you with professional looking WordPress themes so that you can take your website one step ahead. We focus on simplicity, elegant design and clean code.

About Us


We love WordPress and we are here to provide you with professional looking WordPress themes so that you can take your website one step ahead. We focus on simplicity, elegant design and clean code.
©2023 IT Yark Bork | Design: Newspaperly WordPress Theme