Skip to content

IT Yark Bork

Make Your Life Easy By Teach

Menu
  • ຂ່າວ ພາຍໃນ
    • ຂ່າວ ເສດຖະກິດ
  • ຂ່າວ ບັນເທິງ
  • ຂ່າວ ໄອທີ
  • ຂ່າວ ກິລາ
  • ຂ່າວ ສຸຂະພາບ
  • Latest
  • FEATURED
  • TOP STORIES
Menu

ບ່າວສຸດງົງ! ໄປກິນບຸບເຟ່ ຕັກເອົາແຕ່ກຸ້ງ ແລ້ວຖືກເຈົ້າຂອງຮ້ານດ່າວ່າບໍ່ມີມາລະຍາດ ເປັນເຈົ້າຈະເຮັດແນວໃດ?

Posted on September 27, 2022September 27, 2022 by ItDEV

ຈາກກຸ່ມຄົນຮັກບຸບເຟ່ (Buffet Lovers) ເຊິ່ງລະບຸວ່າ ໄປກິນບຸບເຟ່ຊີ້ນດາດແຕ່ມັກກຸ້ງເລີຍຕັກແຕ່ກຸ້ງມາກິນຈົນຖືກເຈົ້າຂອງຮ້ານເວົ້າໃຫ້ວ່າບໍ່ມີມາລະຍາດ ໂດຍໂພສດັ່ງກ່າວລະບຸວ່າ


“ ຂໍອານຸຍາດສອບຖາມ ເວລາໄປກິນບຸບເຟ່ຊີ້ນດາດຄົນລະ 199ບາດ ສ່ວນໂຕຂ້ອຍມັກກິນແຕ່ກຸ້ງເລີຍຕັກແຕ່ກຸ້ງມາກິນໂດຍສະເພາະ ຂ້ອຍຫາກໍຕັກກຸ້ງໄປໄດ້ 2ຈານ ເຈົ້າຂອງຮ້ານມາບອກກັບຂ້ອຍວ່າໃຫ້ເຫຼືອກຸ້ງໃຫ້ກັບໂຕະອື່ນແດ່ ຂ້ອຍກໍບອກກັບເຈົ້າຂອງຮ້ານໄປວ່ານີ້ແມ່ນຮ້ານບຸບເຟ່ບໍ່ແມ່ນຫວາ

(ພາບປະກອບເທົ່ານັ້ນ)

ເຂົາບອກກັບມາວ່າເປັນມາລະຍາດ ເຫັນຂ້ອຍຕັກແຕ່ກຸ້ງຢ່າງດຽວ ແບບນີ້ຂ້ອຍຜິດຫວາ ກຸ້ງຢູ່ຮ້ານກໍບໍ່ແມ່ນວ່າໂຕໃຫຍ່ເປັນກຸ້ງຂາວຂະໜາດກາງໆ ຖ້າເປັນກຸ້ງແມ່ນ້ຳກໍວ່າໄປ ແບບຄຳວ່າບຸບເຟ່ທາງຮ້ານເອົາເຄື່ອງມາເຕີມມາເທທາງລູກຄ້າມີສິດທີ່ຈະຕັກເທົ່າໃດກໍໄດ້ແມ່ນບໍ

ຂ້ອຍໄປກິນຮ້ານອື່ນມາເກືອບ 10ຮ້ານແລ້ວຍັງບໍ່ເຄີຍພົບເລື່ອງແບບນີ້ເທື່ອນີ້ເປັນຄັ້ງທຳອິດ ໃຈຮ້າຍຫຼາຍຖ້າຈະຫວງກຸ້ງແບບນີ້ຈະເປີດເປັນບຸບເຟ່ເຮັດຫຍັງປ້ສຍກໍຕິດໄວ້ຊັດເຈນວ່າບຸບເຟ່

(ພາບປະກອບເທົ່ານັ້ນ)

ເຊິ່ງມີຄົນຮັກບຸບເຟ່ເຂົ້າມາສະແດງຄວາມຄິດເຫັນເປັນຈຳນວນຫຼາຍ ແຕ່ສ່ວນຫຼາຍຈະບໍ່ເຫັນພ້ອມກັບສິ່ງທີ່ເຈົ້າຂອງຮ້ານເຮັດ ເພາະຮ້ານບໍ່ໄດ້ມີຂໍ້ກຳນົດວ່າຕ້ອງຕັກກຸ້ງຈັກຈານ ເຮັດໃຫ້ລຸກຄ້າຈະສາມາດຕັກໄດ້ເທົ່າໃດກໍໄດ້ຕາບໃດທີ່ກິນໝົດ

Leave a Reply Cancel reply

Your email address will not be published. Required fields are marked *

About Us


We love WordPress and we are here to provide you with professional looking WordPress themes so that you can take your website one step ahead. We focus on simplicity, elegant design and clean code.

About Us


We love WordPress and we are here to provide you with professional looking WordPress themes so that you can take your website one step ahead. We focus on simplicity, elegant design and clean code.
©2023 IT Yark Bork | Design: Newspaperly WordPress Theme