Skip to content

IT Yark Bork

Make Your Life Easy By Teach

Menu
  • ຂ່າວ ພາຍໃນ
    • ຂ່າວ ເສດຖະກິດ
  • ຂ່າວ ບັນເທິງ
  • ຂ່າວ ໄອທີ
  • ຂ່າວ ກິລາ
  • ຂ່າວ ສຸຂະພາບ
  • Latest
  • FEATURED
  • TOP STORIES
Menu

ສຸດສະເທືອນໃຈ..!!!ເອື້ອຍໂພສເສົ້ານ້ອງສາວໄປຫາເງິນຢູ່ໄທ ເພື່ອຄອບຄົວ ໂຊກຮ້າຍເກີດອຸບັດຕິເຫດເສຍຊີວິດ (ມີຄລິບ)

Posted on September 27, 2022 by ItDEV

ເພຈໜັງສືພິມຂ່າວຣະຢອງ ລາຍງານໃຫ້ຮູ້ວ່າ: ເວລາ 3:30ໂມງ ວັນທີ 26 ກັນຍາ​ 22 ໄດ້ມີລົດຕູ້ຕຳທ້າຍລົດສິບລໍ້ ທີ່ຈອດຕິດໄຟແດງ ເປັນເຫດໃຫ້ມີຜູ້ເສຍຊີວິດ ແລະ ໄດ້ຮັບບາດເຈັບຫລາຍຄົນ ເຫດເກີດທີ່4ແຍກໄຟແດງກຣະແສບົນ ຖະໜົນບ້ານບຶງ-ແກຼງ ຕຳບົນກຣະແສບົນ ອຳເພີແກຼງ ຈັງຫວັດຣະຢອງ ປະເທດໄທ.

 

ຈຸດເກີດເຫດ ພົບລົດຕູ້ສີຂາວທະບຽນກຸງເທບຯ ຕຳທ້າຍລົດສິບລໍ້ຈົນດ້ານໜ້າລົດຕູ້ເພຍຸບເຂົ້າໄປຈົນຮອດຫ້ອງໂດຍສານ ພົບຄົນຕິດຢູ່ພາຍໃນລົດຈຳນວນ 15 ຄົນ ຈຶ່ງຊ່ວຍກັນລຳລຽງຜູ້ໄດ້ຮັບບາດເຈັບລົງຈາກລົດ ໂດຍມີຜູ້ເສຍຊີວິດຄາທີ່ 3 ຄົນ ເປັນເພດຍິງທັງໝົດ ແລະ ມີຜູ້ໄດ້ຮັບບາດເຈັບ 12ຄົນເປັນເພດຊາຍ 6 ຄົນ ຈຶ່ງຮີບປະຖົມພະຍາບານເບື້ອງຕົ້ນກ່ອນຈະນຳຕົວຜູ້ໄດ້ຮັບບາດເຈັບ ແລະ ຜູ້ເສຍຊີວິດສົ່ງໂຮງໝໍແກຼງ.

 

ຈາກການກວດສອບຊາບວ່າຜູ້ເສຍຊີວິດ3 ຄົນ ເປັນເພດຍິງ ສັນຊາດລາວທັງ3 ຄົນ ສ່ວນຜູ້ໄດ້ຮັບບາດເຈັບທັງຫມົດ11 ຄົນເປັນຄົນສັນຊາດລາວເຊັ່ນດຽວກັນຍົກເວັ້ນຄົນຂັບລົດເປັນຄົນໄທຄື ທ້າວກິດຕິພັດ ເລີດສັນເທ້ຍ ອາຍຸ 35 ປີ ຊຶ່ງໄດ້ຮັບບາດເຈັບສາຫັດ.

ຂໍສະແດງຄວາມເສຍໃຈນຳຄອບຄົວຜູ້ເສຍຊີວິດ ຂໍໃຫ້ດວງວິນຍານຂອງຜູ້ເສຍຊີວິດໄປສູ່ສຸຄະຕິ.

 

 

ລາຍລະອຽດເພີ່ມຕື່ມທີ່
https://m.facebook.com/story.php?story_fbid=178988231351538&id=100077210852356

Leave a Reply Cancel reply

Your email address will not be published. Required fields are marked *

About Us


We love WordPress and we are here to provide you with professional looking WordPress themes so that you can take your website one step ahead. We focus on simplicity, elegant design and clean code.

About Us


We love WordPress and we are here to provide you with professional looking WordPress themes so that you can take your website one step ahead. We focus on simplicity, elegant design and clean code.
©2023 IT Yark Bork | Design: Newspaperly WordPress Theme