Skip to content

IT Yark Bork

Make Your Life Easy By Teach

Menu
  • ຂ່າວ ພາຍໃນ
    • ຂ່າວ ເສດຖະກິດ
  • ຂ່າວ ບັນເທິງ
  • ຂ່າວ ໄອທີ
  • ຂ່າວ ກິລາ
  • ຂ່າວ ສຸຂະພາບ
  • Latest
  • FEATURED
  • TOP STORIES
Menu

ກຽມຮັບມືເດີ້ພີ່ນ້ອງ..!!! ມື້ອື່ນຮອດລາວແນ່ນອນ ພາຍຸໄຕ້ຝຸ່ນ ໂນຣຸ ກຳລັງມາດ້ວຍຄວາມໄວ 60-70 ກິໂລແມັດຕໍ່ຊົ່ວໂມງ

Posted on September 27, 2022 by ItDEV

ພາຍຸໄຕ້ຝຸ່ນໂນຣູ ເປັນມະຫາພາຍຸທີ່ຕ້ອງລະວັງເປັນພິເສດ ຕອນນີ້ກຳລັງເຄື່ອນທີ່ດ້ວຍຄວາມໄວສູງເຖິງ 60-70 ກິໂລແມັດຕໍ່ຊົ່ວໂມງ ສ່ວນຄວາມໄວລົມແຮງຢູ່ຈຸດສູນກາງຮອດລະດັບ 250 ກິໂລແມັດຕໍ່ຊົ່ວໂມງ ຈຸດສູນກາງຄາດວ່າຈະຂຶ້ນຝັ່ງຫວຽດນາມປະມານຊ່ວງທ່ຽງຄືນນີ້ຫາເຊົ້າວັນທີ 28.


ອີງຕາມການແຈ້ງເຕືອນພາຍຸໄຕ້ຝຸ່ນໂນຣູ(Noru) ປະຈໍາວັນທີ 27 ກັນຍາ 2022ຂອງກົມອຸຕຸນິຍົມ ແລະອຸທົກກະສາດ ໃຫ້ຮູ້ວ່າ: ພາຍຸໄຕ້ຝຸ່ນ ໂນຣຸ (Noru) ຫົວທີ 16, ໃນເວລາ 09 ໂມງເຊົ້າຂອງມື້ນີ້ ຍັງເຄື່ອນທີ ຢູ່ເຂດທະເລຈີນໃຕ້ຕອນກາງ, ຊຶ່ງໄດ້ເຄື່ອນທີ່ມາທາງທິດຕາເວັນຕົກດ້ວຍຄວາມໄວ 30 ກິໂລແມັດຕໍ່ຊົ່ວໂມງ. ຈາກນັ້ນຈະສືບຕໍ່ເຄື່ອນທີ່ຂື້ນຝັ່ງທາງພາກກາງຂອງປະເທດຫຽວດນາມໃນຕອນເຊົ້າຂອງວັນທີ 28 ກັນຍາ ແລະ ຈະສືບຕໍ່ເຄືອນທີ່ຜ່ານ ພາກກາງ ແລະ ພາກໃຕ້ ຂອງປະເທດລາວໃນຕອນບ່າຍວັນທີ 28 – 30 ກັນຍາ 2022 .

ຊື່ງຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ທົ່ວໄປໃນແຕ່ລະພາກ ແລະ ຕົກໜັກ ຫາ ໜັກຫຼາຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖີ່ນໃນເຂດພາກກາງ ແລະ ພາກໃຕ້ເຊັ່ນ: ນະຄອນຫຼວງວຽງຈັນ, ວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ, ປາກເຊ, ສາລະວັນ, ເຊກອງ ແລະ ອັດຕະປື.

ດັ່ງນັ້ນຈື່ງແຈ້ງເຕືອນເຖີງອໍານາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າທີ່ອາໄສຢູ່ບັນດາເຂດແຂວງດັ່ງກ່າວ ຈົ່ງມີສະຕິລະມັດ ລະວັງຕໍ່ ສະພາບຝົນຕົກໜັກ, ລົມພັດແຮງ ທີ່ຈະເຮັດໃຫ້ມີຕົ້ນໄມ້, ເສົາໄຟຟ້າ, ແລະ ປ້າຍໂຄສະນາຫັກລົ້ມ, ມີດິນເຈື່ອນ, ນ້ຳຖ້ວມອັ່ງ ແລະ ນ້ຳຖ້ວມຊຸ

ພ້ອມທັງກະກຽມເກັບມ້ຽນວັດຖຸສິ່ງຂອງທີ່ມີຄ່າ ແລະ ສັດລ້ຽງໄວ້ບ່ອນທີ່ປອດໄພ ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດຢ່າງຕໍ່ເນື່ອງ.

Leave a Reply Cancel reply

Your email address will not be published. Required fields are marked *

About Us


We love WordPress and we are here to provide you with professional looking WordPress themes so that you can take your website one step ahead. We focus on simplicity, elegant design and clean code.

About Us


We love WordPress and we are here to provide you with professional looking WordPress themes so that you can take your website one step ahead. We focus on simplicity, elegant design and clean code.
©2023 IT Yark Bork | Design: Newspaperly WordPress Theme