ພິທີການນໍາສະເໜີ ແອັບ ບຸກແນ່ (Booknea) ແລະ ການຮ່ວມມືລະຫວ່າງ ບໍລິສັດ ບຸກແນ່ ອິນສ໌ ຈໍາກັດ ກັບ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 26 ກັນຍາ 2022 ທີ່ ໂຮງແຮມ ລາວພາຊາ ໂດຍການໃຫ້ກຽດເຂົ້າຮ່ວມ ຂອງທ່ານ ສົມສະຫວາດ ພົງສາ ຫົວໜ້າກົມສື່ມວນຊົນ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ທ່ານນາງ ດາລານີ ພົມມະວົງສາ ຫົວໜ້າ ກົມຄຸ້ມຄອງ ທຸລະກິດທ່ອງທ່ຽວ ພ້ອມດ່ວຍບັນດາ ຫົວໜ້າກົມ, ຮອງກົມ ແລະ ແຂກທີ່ຖືກເຊີນ ພ້ອມ ສື່ມວນຊົນເຂົ້າຮ່ວມ.
ໃນໂອກາດດັ່ງກ່າວ ທ່ານ ສົມຫວັງ ສຸກສະຫວັດ ຜູ້ອໍານວຍການ ບໍລິຫານ ບໍລິສັດ ບຸກແນ່ ອິນ ຈໍາກັດ ໄດ້ ຂຶ້ນກ່າວລາຍງານປະຫວັດຄວາມເປັນມາ ແລະ ຜະລິດຕະພັນຕ່າງໆ ຂອງ ບໍລິສັດ ວ່າ: ບໍລິສັດ ບຸກແນ່ ອິນ ຈໍາກັດ ກັດ ເປັນບໍລິສັດໃຫ້ບໍລິການດ້ານການທ່ອງທ່ຽວ ເພຣດຟອມອອນລາຍ ເປັນຂອງຄົນລາວ 100 %, ເລີ່ມກໍຕັ້ງຂຶ້ນໃນປີ 17 ກຸມພາ 2022, ປັດຈຸບັນມີຜະລິດຕະພັນ ຢູ່ 5 ຢ່່າງ ບໍວ່າຈະເປັນ ບໍລິການຈອງໂຮງແຮມທີ່ພັກ, ບໍລິການຈອງປີ້ລົດໄຟ, ບໍລິການຈອງປີ້ລົດເມ, ການຈອງປີ້ຄອນເສີດ ຫລື ກິດຈະກຳຕ່າງໆ ແລະ ການຈອງປີ້ເຮືອບິນ. ໃນອານາຄົດເພີ່ມອີກ 4 ຜະລິດຕະພັນ ຫລັກ ແລະ 4 ຜະລິດຕະພັນຍ່ອຍ. ພ້ອມກັນນັ້ນ, ທ່ານ ສົມຫວັງ ສຸກສະຫວັດ ຜູ້ອໍານວຍການ ບໍລິຫານ ບໍລິສັດ ບຸກແນ່ ອິນ ຈໍາກັດ ໄດ້ ກ່າວເຖີງວິໄສທັດ ແລະ ແຜນໃນ 5 ປີຄັ້ງຫນ້າ ດ້ານການເສີມຂະຫຍາຍ ຜະລິດຕະພັນ ສົ່ງເສີມ ການທ່ອງທ່ຽວ ພາຍໃນຄົບວົງຈອນ ດ້ານການ, ເສີມສ້າງພັນທະມິດ ດ້ານທຸລະກິດ ພາຍໃນ ແລະ ຕ່າງປະເທດ ແລະ ຂະຫຍາຍ ທຸລະກິດ ສູ່ປະເທດອ້ອມຂ້າງ ເພື່ອໃຫ້ເກີດຜົນປະໂຫຍດສູງສຸດ ແກ່ ຂະແຫນງທີ່ກ່ຽວຂ້ອງ ພາຍໃນປີ 2026.
ນອກຈາກນັ້ນ, ກໍມີການຖາມ-ຕອບ ກ່ຽວກັບແອັບ ບຸກແນ່ ເຊິ່ງເປັນແອັບໜຶ່ງທີ່ຈະຊ່ວຍໃຫ້ການທ່ອງທ່ຽວຂອງທ່ານງ່າຍຂຶ້ນຜ່ານລະບົບອອນລາຍ ນັບແຕ່ການເລືອກສະຖານທີ່ທ່ອງທ່ຽວ, ການຈອງໂຮງແຮມ, ການຈອງປີ້ລົດໄຟ, ລົດ ໄປຈົນເຖິງການຊໍາລະທີ່ຈົບພາຍໃນແອັບດຽວ ເຊິ່ງກໍມີຫຼາຍໆບັນຫາທີ່ຜູ້ເຂົ້າຮ່ວມສົນໃຈແລະຖາມ ບໍ່ວ່າຈະເປັນການຈອງປີ້ລົດດໄຟຜ່ານແອັບ, ການຊໍາລະແລ້ວບໍ່ໄດ້ຫ້ອງພັກ, ລາຄາບໍ່ກົງກັບທີ່ຢູ່ໃນແອັບ ລວມທັງການຮ່ວມມືກັບບັນດາຂະແໜງການອື່ນ ບໍ່ວ່າຈະເປັນພາກລັດ ແລະ ເອກກະຊົນ, ນັກທຸລະກິດ ໂດຍ ທ່ານ ສົມຫວັງ ສຸກສະຫວັດ ກໍໄດ້ບອກວ່າ ທຸກແຟດຟອມ ແລະ ແອັບພິເຄຊັ້ນ ລ້ວນແລ້ວແຕ່ພົບກັບບັນຫາດັ່ງກ່າວ ເຊິ່ງ ແອັບ ບຸກແນ່ (Booknea) ຖືກສ້າງຂຶ້ນມາ ເພື່ອຕອບໂຈດບັນຫາເລົ່ານີ້ ແລະ ເຮົາກໍຈະມີການພັດທະນາໄປເລື້ອຍໆ…
ໃນໂອກາດດັ່ງກ່າວ, ທ່ານນາງ ດາລານີ ພົມມະວົງສາ ຫົວໜ້າ ກົມຄຸ້ມຄອງ ທຸລະກິດທ່ອງທ່ຽວ ກໍໄດ້ຂຶ້ນປະກອບຄໍາຄິດເຫັນ ແລະ ໃຫ້ທິດຊີ້ນໍາວ່າ: ຂໍຊົມເຊີຍໃນຄວາມຕັ້ງໃຈ, ເຊິ່ງແນວທາງ ແລະ ແຜນການຂອງທາງບໍລິສັດແມ່ນໄປໃນທາງທີ່ຊັດເຈນ, ມີເປົ້າໝາຍໃນການພັດທະນາຂະແໜງການທ່ອງທ່ຽວໃນຍຸກປະຈຸບັນສະໄໝ ເມື່ອພວກເຮົາມາຮ່ວມມືກັນແລ້ວ ກໍຈະຊ່ວຍກະຈາຍ, ໂຄສະນາ ເຜີຍແຜ່ຂໍ້ມູນຂ່າວສານທາງດ້ານການທ່ອງທ່ຽວ ສົ່ງເສີມການທ່ອງທ່ຽວຂອງເຮົາໃຫ້ພັດທະນາດີຍິ່ງໆຂຶ້ນໃນຍຸກດີຈີຕອນ, ບຸກຂະລາກອນໂຮງແຮມ, ທີ່ພັກ ຖືເປັນການຮ່ວມມືທີ່ດີໃນການສົ່ງເສີມຂະແໜງການທ່ອງທ່ຽວ ກໍຄືການພັດທະນາເສດຖະກິດສັງຄົມ ແລະ ໃນຕໍ່ໜ້າເຮົາຈະມີການຮ່ວມມືກັນແນວໃດ, ມີນະໂຍບາຍຫຍັງແມ່ນຈະຕ້ອງໄດ້ມີການປະສານງານກັນຢູ່ສະເໝີໃຫ້ໄປຕາມແຜນ, ຕາມລະບົບ ແລະ ຖືກຕ້ອງ. ເພາະການທ່ອງທ່ຽວແມ່ນມີຫຼາຍຢ່າງ ຫຼາຍຂະແໜງການທີ່ປິ່ນອ້ອມ ບໍ່ວ່າຈະເປັນວັດທະນະທໍາ, ອາຫານການກິນ, ຜະລິດຕະພັນຂອງຄົນລາວ ເຊື່ອແນ່ນອນວ່າເຮົາຈະໄດ້ຫຼາຍໆນໍາມາໃນການກະຈາຍເຜີຍແຜ່ທີ່ຫຼາຍກວ່າການທ່ອງທ່ຽວແນ່ນອນໃນຕໍ່ໜ້າ.
ໃນຕອນທ້າຍ ທ່ານ ສົມສະຫວາດ ພົງສາ ຫົວໜ້າກົມສື່ມວນຊົນ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ຍັງໄດ້ຂຶ້ນປະກອບຄໍາຄິດເຫັນ ແນະນໍາເພີ່ມເຕີມກ່ຽວກັບ ບໍລິສັດ ບຸກແນ່ ອິນສ໌ ຈໍາກັດ ແລະ ການຮ່ວມມື ກັບ ກະຊວງທະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ໂດຍທ່ານໄດ້ກ່າວວ່າ ບໍລິສັດ ບຸກແນ່ ອິນສ໌ ຈໍາກັດ ເປັນບໍລິສັດໃຫ້ບໍລິການດ້ານການທ່ອງທ່ຽວ ເພຣດຟອມອອນລາຍ ເປັນຂອງຄົນລາວ 100 %, ເປັນບໍລິສັດນ້ອງໃໝ່ ຂອງໄວໜຸ່ມໄຟແຮງທີ່ຮ່ວມກັນກໍ່ຕັ້ງ ແລະ ມີຈຸດມຸ້ງໝາຍດຽວກັນກໍຄືການພັດທະນາການທ່ອງທ່ຽວໃນຍຸກສະໄໝໃໝ່ ຜ່ານລະບົບອອນລາຍ ຫຼື ອີເລັກໂທນິກ, ແນ່ນອນວ່າຕອນນີ້ແມ່ນເລີ່ມຈາກພາຍໃນປະເທດ ໃນອານາຄົດແນ່ນອນວ່າຄົນຕ່າງປະເທດກໍຈະໄດ້ໃຊ້ ແລະ ຮູ້ຈັກ ເພື່ອເປັນສ່ອງທາງນການບໍລິການອໍານວຍຄວາມສະດວກໃນການທ່ອງທ່ຽວ ກໍຄືການພັດທະນາເສດຖະກິດສັງຄົມໃນປະຈຸບັນ ແລະ ອານາຄົດ.