Skip to content

IT Yark Bork

Make Your Life Easy By Teach

Menu
  • ຂ່າວ ພາຍໃນ
    • ຂ່າວ ເສດຖະກິດ
  • ຂ່າວ ບັນເທິງ
  • ຂ່າວ ໄອທີ
  • ຂ່າວ ກິລາ
  • ຂ່າວ ສຸຂະພາບ
  • Latest
  • FEATURED
  • TOP STORIES
Menu

ຮູ້ໄວ້ໄດ້ປະໂຫຍດ..!! ສັບພະຄຸນຫຼາກຫຼາຍຂອງ ໂສມຜັກກາດ ຮັກສາໂລກຮ້າຍໄດ້

Posted on September 23, 2022 by TH

ໂສມຜັກກາດ: ໃບປົວຕານເຕັນ, ຝີ, ຕຸ່ມເປື່ອຍ ແລະ ເປັນຜື່ນຄັນຕາມຜີວໜັງ ແມ່ນເກັບເອົາໃບສົດ 6–7 ໃບ ມາລ້າງໃຫ້ສະອາດນຳໄປຕາກແດດ. ນຳໄປຕຳໃຫ້ແຫຼກແລ້ວປັ້ນເອົານ້ຳທາຕາມບໍລິເວນທີ່ເປັນ ຫຼື ໂພະໃສ່ເລີຍກໍ່ໄດ້. ຮາກໂສມຜັກກາດໃຊ້ປົວໄຂ້ໂດຍການຫຼົກເອົາຮາກ 4–5 ຮາກມາລ້າງນ້ຳໃຫ້ສະອາດ, ຫົວມີສັບພະຄຸນເປັນຢາຮັກສາແຜອັກເສບ ແລະ ຮັກສາມົດລູກຂອງຜູ້ຍີງ. ຖ້ານຳມາບົດໃຫ້ເປັນຜົງຊົງກັບນ້ຳຊາໃຫ້ຜູ້ຍີງຫຼັງຄອດຈະຊ່ວຍຂັບປະຈຳເດືອນໄດ້ດ້ວຍ. ໂສມຜັກກາດສາມາດເກັບໄດ້ຕະຫຼອດປີ.

ໂສມຜັກກາດ: ຈັດເປັນພືດລົ້ມລຸກເລືອໄປຕາມພື້ນດິນ, ລຳຕົ້ນຕັ້ງຊື່, ສູງປະມານ 10–30 ຊັງຕີແມັດ, ລຳຕົ້ນອວບນ້ຳ, ມີຫົວຢູ່ໃຕ້ດິນ, ຮາກເນື້ອນຸ່ມອ່ອນ, ເປືອກຮາກເປັນສີເຫຼືອງ, ຊຸ່ມນ້ຳ, ເນື້ອໃນເປັນສີຂາວ, ຍອດອ່ອນມີຂົນສີຂາວ, ຂະຫຍາຍພັນໂດຍໃຊ້ເມັດ ແລະ ວິທີການແຍກໜໍ່. ຂຶ້ນໄດ້ໃນດິນທົ່ວໄປ. ແຕ່ຈະເລີນເຕີບໂຕໄດ້ດີໃນດິນຜຸຜຸ່ຍ ແລະ ມີຄວາມອຸດົມສົມບູນ, ມັກຄວາມຊຸ່ມປານກາງ ແລະ ແສງແດດແບບເຕັມວັນ.

ໃບ: ເປັນໃບດ່ຽວອອກຮຽງສະຫຼັກ. ລັກສະນະຂອງໃບເປັນຮູບໃບຫອກ, ປາຍໃບມົນ, ໂຄນໃບແຫຼມ. ສ່ວນຂອບໃບຢັກຫ່າງໆ. ໃບມີຂະໜາດກວ້າງປະມານ 2,5–8 ຊັງຕີແມັດ ແລະ ຍາວປະມານ 6–30 ຊັງຕີແມັດ. ໃບແຜ່ອອກຢູ່ເທີງພື້ນດິນ, ແຜ່ນໃບໜາ ແລະ ແຂງ, ຜີວໃບດ້ານເທີງເປັນສີຂຽວເຂັ້ມປົນສີນ້ຳຕານອົມມ່ວງ, ເສັ້ນໃບເປັນສີຂຽວອ່ອນຕັດກັບສີພື້ນໃບ, ມີຂົນສັ້ນປົກຄຸມຢູ່ທົ່ວໄປ ແລະ ຜີວໃບດ້ານລຸ່ມມີສີຂຽວ, ສ່ວນໃບອ່ອນເປັນສີມ່ວງແກ່. ກ້ານໃບສັ້ນເມື່ອແກ່ແລ້ວຈະປ່ຽນຈາກສີມ່ວງເປັນສີຂາວ.

ດອກ: ອອກດອກເປັນຊໍ່ທີ່ປາຍຍອດ, ກ້ານຊໍ່ດອກຍາວປະມານ 30 ຊັງຕີແມັດ ແທງຂຶ້ນຈາກພື້ນດິນ, ດອກຍ່ອຍເປັນສີສົ້ມເຫຼືອງມີໜາມນ້ອຍ. ດອກເປັນຮູບຊົງກະບອກ ລັກສະນະເປັນຝອຍຄ້າຍດອກດາວເຮືອງແຕ່ມີຂະໜາດນ້ອຍ. ໝາກ: ເປັນໝາກແຫ້ງບໍ່ແຕກ, ເມັດລີບປາຍມີຂົນ.

ທີ່ມາ: phakhaolao.la

Leave a Reply Cancel reply

Your email address will not be published. Required fields are marked *

About Us


We love WordPress and we are here to provide you with professional looking WordPress themes so that you can take your website one step ahead. We focus on simplicity, elegant design and clean code.

About Us


We love WordPress and we are here to provide you with professional looking WordPress themes so that you can take your website one step ahead. We focus on simplicity, elegant design and clean code.
©2023 IT Yark Bork | Design: Newspaperly WordPress Theme