ໃນແຕ່ລະປີຜ່ານມາ, ມີຫາງສຽງເກີດຂຶ້ນເປັນປະຈໍາກ່ຽວກັບການສວຍໂອກາດຂຶ້ນລາຄາຄ່າຝາກລົດໃນງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອ ທີ່ນະຄອນຫລວງວຽງຈັນ ເນື່ອງຈາກຜູ້ໄດ້ຮັບສໍາປະທານບໍລິການຝາກລົດບໍ່ປະຕິບັດຕາມລະບຽບການທີ່ຄະນະກໍາມະການຈັດງານວາງອອກ. ດັ່ງນັ້ນ, ປີນີ້ ຄະນະກໍາມະການຈັດງານດັ່ງກ່າວໄດ້ວາງມາດຕະການຮອງຮັບໄວ້ແລ້ວເພື່ອບໍ່ໃຫ້ບັນຫານີ້ເກີດຂຶ້ນອີກ.
ທ່ານ ແກ້ວປະເສີດ ໄຊປັນຍາ, ຮອງເຈົ້າເມືອງຈັນທະບູລີ, ທັງເປັນຮອງປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອ ທີ່ນະຄອນຫລວງວຽງຈັນ ປະຈໍາປີ ຄສ 2022 ໃຫ້ສໍາພາດຜ່ານລາຍການຍົກບັນຫາມາສົນທະນາຂອງວິທະຍຸກະຈາຍສຽງແຫ່ງຊາດລາວ ເຊີ່ງອອກອາກາດໃນຕອນບ່າຍວັນທີ 22 ກັນຍາ 2022 ວ່າ: ຄະນະອະນຸກໍາມະການເສດຖະກິດ-ສະຖານທີ່ຂອງການຈັດງານປີນີ້ ໄດ້ປະຊຸມຮ່ວມກັນແລ້ວ ໂດຍຈະຫລຸດຈໍານວນມູນຄ່າການຈອງຮັບເໝົາຈຸດຝາກລົດລົງ ແລະ ບໍ່ຄິດໄລ່ສູງ, ພ້ອມນີ້ ຈະມີບົດບັນທຶກ ແລະ ສັນຍາກັບຜູ້ມາຮັບເໝົາຝາກລົດໃນແຕ່ລະຈຸດຢ່າງລະອຽດ, ລວມເຖີງໄດ້ກໍານົດຄ່າຝາກລົດເທົ່າກັບທີ່ເຄີຍປະຕິບັດໃນປີຜ່ານມາ ຄື: ລົດໃຫຍ່ 20.000ກີບ/ຄັນ, ຕຸກໆ-ຈໍາໂບ້ 15.000ກີບ/ຄັນ, ລົດຈັກ 10.000ກີບ/ຄັນ ແລະ ລົດຖີບ 5.000ກີບ/ຄັນ.
ທີ່ມາ: FM 90