Skip to content

IT Yark Bork

Make Your Life Easy By Teach

Menu
  • ຂ່າວ ພາຍໃນ
    • ຂ່າວ ເສດຖະກິດ
  • ຂ່າວ ບັນເທິງ
  • ຂ່າວ ໄອທີ
  • ຂ່າວ ກິລາ
  • ຂ່າວ ສຸຂະພາບ
  • Latest
  • FEATURED
  • TOP STORIES
Menu

ອາໄລຄັ້ງສຸດທ້າຍ…!!!ອິນແຕ່ງ ດອກຟ້າເພັດໂພນທອງ ເຫຼືອໄວ້ພຽງຜົນງານໃຫ້ຈົດຈໍາ

Posted on September 22, 2022 by ItDEV

ເຊື່ອວ່າຫຼາຍຄົນຈະໄດ້ເຫັນຂ່າວທີ່ໜ້າເສົ້າໃຈ ຕໍ່ການຈາກໄປແບບບໍ່ມີວັນຫວນກັບຄືນມາ ຂອງສາວໝໍລໍານໍ້າສຽງດີ ອິນແຕ່ງ ດອກຟ້າເພັດໂພນທອງ ທີ່ໄດ້ຕັດສິນໃຈຈົບຊີວິດຂອງຕົນເອງ ໃນວັນທີ 19 ກັນຍາ 2022 ດ້ວຍການໂດດລົງນໍ້າຂອງຈຸດຂົວຂ້າມປາກເຊ – ໂພນທອງ ຫຼ້າສຸດວັນທີ 21 ກັນຍາ 2022 ໄດ້ພົບຮ່າງໄຮ້ວິນຍານຂອງສາວ ອິນແຕ່ງແລ້ວ ແລະ ທີມຂ່າວບັນເທີງຕ້ອງຂໍສະແດງຄວາມເສຍໃຈຕໍ່ການຈາກໄປຄັ້ງນີ້ດ້ວຍ.

ມື້ນີ້ທີມຂ່າວບັນເທີງພວກເຮົາ ຈະພາແຟນໝໍລໍາມາຮູ້ຈັກປະຫວັດເບື້ອງຫຼັງຂອງສາວໝໍລຳອິນແຕ່ງກ່ອນ ວ່າເພິ່ນມີເບື້ອງໜ້າເບື້ອງຫຼັງແນວໃດ ກ່ອນມາຮອດຈຸດນີ້ທີ່ທຸກຄົນຮູ້ຈັກ ແລະ ມີຊື່ສຽງໂດ່ງດັງໃນເລື່ອງຂອງການເປັນໝໍລໍາ. ສໍາລັບສາວໝໍລຳອິນແຕ່ງ ແກ້ວບົວລາ ເປັນນັກສິລະປິນລາວໃຕ້ ທີ່ແຂວງຈຳປາສັກ ເຊິ່ງເປັນຜູ້ທີ່ມີຄວາມຮັກມັກຄວາມບັນເທີງມາແຕ່ນ້ອຍ ຈຶ່ງໄດ້ເອົາມູນຂອງພໍ່ມາສານຕໍ່ດ້ວຍການເປັນໝໍລຳ ດ້ວຍສຽງຄໍ ແລະ ລີລາທີ່ເປັນເອກະລັກ ເຮັດໃຫ້ສາວອິນແຕ່ງ ກາຍເປັນຄົນທີ່ມີຊື່ສຽງໃນວົງການສັງຄົມຢ່າງກວ້າງ ຂວາງ ເປັນຕົ້ນແມ່ນຈະໂດດເດັ່ນໃນການຂັບລຳສີພັນດອນ.

ສໍາລັບຄອບຄົວແກ້ວບົວລາ ເປັນຄອບຄົວທີ່ອະນຸຮັກວັດທະນະທຳທ້ອງຖິ່ນ ກໍຄືການຂັບລຳພາກໃຕ້ສີພັນດອນເປັນທີ່ສຸດ ພໍ່ຂອງໝໍລຳອິນແຕ່ງຊື່ພໍ່ ບຸນທອງ ແກ້ວບົວລາ ກໍເປັນໝໍລຳສີພັນດອນມາແຕ່ໃດ ແລະ ແມ່ບຸນເພັງ ແມ່ຂອງໝໍລຳສາວເອງ ກໍເປັນນາງເອກໝໍລຳເລື່ອງຕໍ່ກອນ ທີ່ໂດ່ງດັງໃນເຂດພາກໃຕ້.


ສ່ວນສາວອິນແຕ່ງ ໄດ້ໃຫ້ສຳພາດກ່ອນໜ້ານີ້ວ່າ: ກ່ອນກ້າວມາເປັນໝໍລຳ ຕອນຍັງນ້ອຍແມ່ນເຫັນພໍ່ຝຶກແອບລຳເປັນປະຈຳ ເມື່ອໄດ້ຍິນສຽງຂັບຮ້ອງຂອງພໍ່ແຕ່ລະຄັ້ງຮູ້ສຶກວ່າກ້ອງກັງວານຢູ່ໃນຫູ ຕົນຮູ້ສຶກສະອອນນຳສຽງອິ່ນອ້ອຍສຽງຂັບລຳຂອງພໍ່ ເມື່ອອາຍຸໄດ້ 9 ປີ ຄືກັບວ່າມີສິ່ງມາດົນບັນດານໃຈໃຫ້ຕົນເກີດມີ ຄວາມຮັກມັກຢາກເປັນໝໍລຳຄືກັບພໍ່ ຈຶ່ງຫັດແອບລຳນຳພໍ່ມື້ລະໜ້ອຍ ໃຊ້ເວລາຝຶກຊ້ອມມາ 5 ປີກວ່າ ພໍອາຍຸກ້າວສູ່ 15 ປີ ສາວອິນແຕ່ງ ໄດ້ອອກງານຮັບໃຊ້ສັງຄົມເປັນຄັ້ງທຳອິດ ມາໃນລຳສີພັນດອນ ເປັນລຳທີ່ຜູ້ຂັບລຳຈຳຕ້ອງຢູ່ຈົນຟ້າແຈ້ງ.

ໃນຂະນະທີ່ກຳລັງນັ່ງລຳຢູ່ນັ້ນ ຜູ້ຟັງຫຼາຍຄົນຕ່າງກໍທັກທ້ວງວ່າຄືເອົາໝໍລຳນ້ອຍມາລຳແທ້ນໍ ຊິກຸ້ມແຈ້ງບໍເດ ແຕ່ກົງກັນຂ້າມສຽງທີ່ໄທບ້ານເວົ້າກັນໄດ້ຊອດແຊກເຂົ້າມາໃນຫູຂອງສາວອິນແຕ່ງ ແລະ ກາຍເປັນສິ່ງກະຕຸກຊຸກຍູ້ໃຫ້ອິນແຕ່ງສູ້ສຸດໃຈ ເພື່ອໃຫ້ຜູ້ຊົມຜູ້ຟັງຕ້ອງຍອມຮັບໃຫ້ໄດ້.

ໃນທີ່ສຸດສິ່ງທີ່ຫວັງກໍກາຍເປັນຈິງ ແລະ ເປັນທີ່ຍອມຮັບຂອງແຟນໝໍລຳນັບມື້ຫຼາຍຂຶ້ນ ຈົນກາຍເປັນໝໍລຳອິນແຕ່ງ ທີ່ທຸກຄົນຮູ້ຈັກໃນທຸກວັນນີ້.

ມາຮອດນີ້ ທີມຂ່າວບັນເທີງ ກໍຕ້ອງສະແດງຄວາມເສຍໃຈຕໍ່ການຈາກໄປແບບບໍ່ມີວັນຫວນຄືນຂອງສາວໝໍລໍານໍ້າສຽງດີມະຫາສະເໜ່ດ້ວຍ ເຊື່ອແນ່ວ່າຊື່ສຽງ ແລະ ທຸກຜົນງານຜ່ານມາຂອງ ອິນແຕ່ງ ຈະເປັນທີ່ຈົດຈໍາຂອງແຟນໆໝໍລໍາຕະຫຼອດໄປ.

Leave a Reply Cancel reply

Your email address will not be published. Required fields are marked *

About Us


We love WordPress and we are here to provide you with professional looking WordPress themes so that you can take your website one step ahead. We focus on simplicity, elegant design and clean code.

About Us


We love WordPress and we are here to provide you with professional looking WordPress themes so that you can take your website one step ahead. We focus on simplicity, elegant design and clean code.
©2023 IT Yark Bork | Design: Newspaperly WordPress Theme