Skip to content

IT Yark Bork

Make Your Life Easy By Teach

Menu
  • ຂ່າວ ພາຍໃນ
    • ຂ່າວ ເສດຖະກິດ
  • ຂ່າວ ບັນເທິງ
  • ຂ່າວ ໄອທີ
  • ຂ່າວ ກິລາ
  • ຂ່າວ ສຸຂະພາບ
  • Latest
  • FEATURED
  • TOP STORIES
Menu

ຮູ້ແລ້ວປ່ຽນຖ້າຍັງຮັກໂຕເອງ..!! ກິນເຄັມ ສ່ຽງຄວາມດັນເລືອດສູງ, ພະຍາດໝາກໄຂ່ຫຼັງ – ຫົວໃຈ

Posted on September 21, 2022 by TH

ກິນເຄັມ ສ່ຽງຄວາມດັນເລືອດສູງ ພະຍາດຫມາກໄຂ່ຫຼັງ – ຫົວໃຈ

ການບໍລິໂພກໂຊດຽມໃນປະລິມານຫຼາຍ ຈະເຮັດໃຫ້ມີການເພີ່ມຂຶ້ນຂອງປະລິມານນ້ໍາໃນຮ່າງກາຍ ເຮັດໃຫ້ມີຄວາມດັນເລືອດສູງຂຶ້ນ ສົ່ງຜົນໃຫ້ຫມາກໄຂ່ຫຼັງ ແລະ ຫົວໃຈເຮັດວຽກຫນັກ ແລະ ອາດຈະສົ່ງຜົນໃນໄລຍະຍາວ ເຮັດໃຫ້ເກີດພະຍາດຫົວໃຈ ພະຍາດຫຼອດເລືອດສະຫມອງ ແລະ ພະຍາດ ຫມາກໄຂ່ຫຼັງແຊກຊ້ອນຕາມມາ ພ້ອມແນະນໍາວິທີຫຼຸດປະລິມານໂຊດຽມໃນຊີວິດປະຈໍາວັນ ເພື່ອບໍ່ໃຫ້ຫົວໃຈ ແລະ ຫມາກໄຂ່ຫຼັງເຮັດວຽກຫນັກ.

ໂຊດຽມ ເປັນສ່ວນປະກອບຂອງເກືອ ເຊິ່ງເກືອ 1 ກຣາມ ຈະມີໂຊດຽມປະມານ 400 ມິນລິກຣາມ ໂດຍຮ່າງກາຍມີຄວາມຕ້ອງການໂຊດຽມ ປະມານ 2.400 ມິນລິກຣາມຕໍ່ວັນ.

– ຫາກຮັບປະທານອາຫານທີ່ເຄັມຫຼາຍ ທີ່ມີເກືອໂຊດຽມ ຫຼື ເກືອແກງຫຼາຍກວ່າ 6 ກຣາມຕໍ່ວັນ ຫຼື ຫຼາຍກວ່າ 1 ບ່ວງຊາຂຶ້ນໄປ ຈະມີໂອກາດສ່ຽງຕໍ່ການເກີດຄວາມດັນເລືອດສູງ ເຊິ່ງໃນໄລຍະຍາວມີຜົນ ເຮັດໃຫ້ກ້າມເນື້ອ ຫົວໃຈຫນາຕົວຂຶ້ນ ມີໂອກາດເກີດພາວະຫົວໃຈລົ້ມແຫຼວ.

– ພະຍາດຫຼອດເລືອດຫົວໃຈ ພະຍາດຫຼອດເລືອດສະຫມອງ ແລະ ຫມາກໄຂ່ຫຼັງເສື່ອມໃນແຕ່ລະວັນ ບໍ່ຄວນບໍລິໂພກໂຊດຽມເກີນຄວາມຕ້ອງການຂອງຮ່າງກາຍ ເຊິ່ງຖ້າໄດ້ຮັບຫຼາຍ ເຮັດໃຫ້ມີການຫຼັ່ງຂອງສານນໍ້າໃນຮ່າງກາຍ ສົ່ງຜົນໃຫ້ຄວາມດັນເລືອດສູງຂຶ້ນ ເຮັດໃຫ້ຫົວໃຈເຮັດວຽກ ຫນັກຂຶ້ນ ແລະ ຄວາມຫມັ້ນໃນຫຼອດເລືອດຝອຍຂອງຫນ່ວຍກັ່ນຕອງໃນຫມາກໄຂ່ຫຼັງສູງຂຶ້ນ ເຮັດໃຫ້ຫມາກໄຂ່ຫຼັງເຮັດວຽກຫນັກຂຶ້ນ ນອກຈາກນີ້ ຍັງເຮັດໃຫ້ເກີດພາວະບວມນ້ໍາເພີ່ມຂຶ້ນດ້ວຍ ດັ່ງນັ້ນ ການທີ່ຮ່າງກາຍໄດ້ຮັບໂຊດຽມໃນປະລິມານທີ່ພໍພຽງ ບໍ່ຫຼາຍບໍ່ຫນ້ອຍຈົນເກີນໄປ ຈະ ເກີດຜົນດີຕໍ່ການເຮັດວຽກຂອງການຄວບຄຸມຄວາມດັນເລືອດ ເຮັດໃຫ້ຫຼຸດຄວາມສ່ຽງໃນການເກີດພະຍາດແຊກຊ້ອນທີ່ຈະຕາມມາ.

+ ວິທີຫຼຸດປະລິມານການບໍລິໂພກໂຊດຽມ
1. ຫຼີກລ່ຽງການບໍລິໂພກອາຫານລົດຊາດເຂັ້ມຂຸ້ນ ແລະ ອາຫານຫມັກດອງ.
2. ຊິມອາຫານທຸກຄັ້ງກ່ອນຕື່ມເຄື່ອງປຸງ.
3. ເລືອກບໍລິໂພກອາຫານສົດ ຫຼືອາຫານທີ່ຜ່ານການແປຮູບຫນ້ອຍທີ່ສຸດ.

4. ຫຼີກລ່ຽງອາຫານສໍາເລັດຮູບ ແລະ ເຂົ້າຫນົມທີ່ມີເຄື່ອງປຸງລົດປະລິມານຫຼາຍ.
5. ຫຼຸດຄວາມຖີ່ຂອງການບໍລິໂພກອາຫານ ທີ່ຕ້ອງມີເຄື່ອງປຸງນ້ໍາແຈ່ວ ແລະ ຫຼຸດປະລິມານນ້ໍາແຈ່ວທີ່ບໍລິໂພກ.
6. ທົດລອງປຸງອາຫານໂດຍໃຊ້ປະລິມານເກືອ ນ້ໍາປາ ຕະຫຼອດຈົນເຄື່ອງປຸງລົດອື່ນໆພຽງເຄິ່ງຫນຶ່ງ ທີ່ກໍານົດໄວ້ໃນສູດປຸງອາຫານ ຖ້າລົດຊາດບໍ່ ແຊບອີຫຼີໆ ຈຶ່ງຄ່ອຍເພີ່ມປະລິມານຂອງເຄື່ອງປຸງ.

7. ຄວນປູກຝັງນິໄສໃຫ້ລູກຫຼານຮັບປະທານອາຫານລົດຈືດ ໂດຍບໍ່ຕື່ມເກືອ ຊີຮົ້ວຂາວ ນ້ໍາປາ ຕະຫຼອດຈົນຊອສປຸງລົດໃນອາຫານເດັກນ້ອຍ ແລະ ເດັກອ່ອນ.
8. ຄວນບໍລິໂພກອາຫານທີ່ມີປະລິມານໂປແຕສຊຽມສູງ ເຊັ່ນ ຜັກໃບຂຽວ ແລະ ຫມາກໄມ້ ຈະສາມາດຊ່ວຍຫຼຸດຄວາມດັນເລືອດໄດ້.

ທີ່ມາ: Lao Youth Radio FM 90.0 Mhz

Leave a Reply Cancel reply

Your email address will not be published. Required fields are marked *

About Us


We love WordPress and we are here to provide you with professional looking WordPress themes so that you can take your website one step ahead. We focus on simplicity, elegant design and clean code.

About Us


We love WordPress and we are here to provide you with professional looking WordPress themes so that you can take your website one step ahead. We focus on simplicity, elegant design and clean code.
©2023 IT Yark Bork | Design: Newspaperly WordPress Theme